ວ່າດ້ວຍຄວາມຫຼອກລວງ ພະຍານາກ ແລະ ພະຍາຄຸດ
ວ່າດ້ວຍຄວາມຫຼອກລວງ ພະຍານາກ ແລະ ພະຍາຄຸດ ຄະຕິທັມ ເລື່ອງທີ່ຈະນຳມາເລົ່າສູ່ຟັງນີ້ ມີໃນ ປັນທະຣະກາຊາດົກ ເຊິ່ງວ່າດ້ວຍ ພຣະຍາຄຸດ ກັບ ພຣະຍານາກ ເຊິ່ງມີວ່າ: ໃນສະໄໝໜຶ່ງ ພຣະຜູ້ມີພຣະພາກເຈົ້າ ຂອງພວກເຮົາ ສະເດັດປະທັບຢູ່ ວັດພຣະເຊຕະວັນມະຫາວິຫານ ພຣະນະຄອນສາວັດຖີ ປະເທດໂກສົນ ໄດ້ຊົງປາຣົບພຣະເທວະທັດ ຜູ້ເວົ້າມຸສາວາດ (ເວົ້າຄຳບໍ່ຈິງ ຫຼອກລວງ) ແລ້ວຖືກແຜ່ນດິນສູບ ໄປໄໝ້ໃນອະເວຈີມະຫານະຣົກ ແລ້ວໄດ້ຊົງຕັດອະດີດນິທານ ມາສາທົກ ຍົກເລື່ອງໃນອະດີດ ມາເປັນອຸທາຫອນສອນວ່າ: ໃນການຄັ້ງໜຶ່ງ ລ່ວງມາດົນແລ້ວ ມີພໍ່ຄ້າຊາວເມືອງພາຣານະສີ ປະມານ 500 ຄົນ ໄດ້ແລ່ນສຳເພົາໄປໃນມະຫາສະມຸດ ເພື່ອໄປຄ້າຂາຍ ທີ່ເມືອງອື່ນ ໃນວັນທີ 7 ສຳເພົາຖືກພາຍຸພັດຖະລົ່ມ ໄດ້ຫຼົ້ມລົງກາງມະຫາສະມຸດ ຜູ້ຄົນທັງຫຼາຍໄດ້ຈົມນຳ້ຕາຍ ກາຍເປັນອາຫານເຫຍື່ອປາ ແລະເຕົ່າໝົດ ຍັງເຫຼືອແຕ່ພຽງຊາຍຄົນໜຶ່ງ ເຊິ່ງຖືກລົມພາຍຸພັດພາໄປ ຂຶ້ນເຖິງຝັ່ງໄດ້ ທີ່ ທ່ານຳ້ກະທັມພິຍະ ໂດຍເສື້ອຜ້າໃນຄີງ ໄດ້ຫຼຸດອອກໝົດ ເຫຼືອແຕ່ຮ່າງກາຍ ໄດ້ເດີນທ່ຽວຫາຂໍທານ ອາຫານກິນຢູ່ ພວກຊາວບ້ານໄດ້ພົບພໍ້ເຂົ້າ ເຫັນລາວບໍ່ນຸ່ງເສື້ອຜ້າ ຈຶ່ງພາກັນຍົກຍ້ອງວ່າ ເປັນຜູ້ວິເສດວິໂສ ເປັນຜູ້ມັກນ້ອຍສັນໂດດ ເປັນ ຜູ້ໝົດກິເລດຕັນຫາ ປ່ອຍວາງໝົດທຸກຢ່າງ ເປັນນັກບວດຜູ້ວິເສດ ຈຶ່ງພາກັນສັກ...